ຕາມຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນມິງ ເປີດເຜີຍໃຫ້ຮູ້ວ່າ : ໃນເຄິ່ງປີທຳອິດ, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ10,07 ລ້ານເທື່ອຄົນ, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ປະລິມານການຂົນສົ່ງສິນຄ້າທັງໝົດໄດ້ບັນລຸເກີນ 12,6 ລ້ານໂຕນ, ເພີ່ມຂຶ້ນ 25,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບໍລິມາດການຂົນສົ່ງຜູ້ໂດຍສານແລະສິນຄ້າລ້ວນແຕ່ເພີ່ມຂຶ້ນ ແລະ "ເສັ້ນທາງທອງຄຳ" ແມ່ນເຕັມໄປດ້ວຍພະລັງຊີວິດ.
ຕາມລາຍການໃຫ້ຮູ້ວ່າ: ໃນເຄິ່ງປີຕົ້ນປີນີ້, ທາງລົດໄຟລາວ-ຈີນ ໄດ້ສົ່ງຜູ້ໂດຍສານພາຍໃນປະເທດຈີນແມ່ນ 8,14 ລ້ານ ເມື່ອຄົນ ແລະ ພາຍໃນປະເທດລາວແມ່ນ 1,93 ລ້ານ ເທື່ອຄົນ, ເປັນຄັ້ງທຳອິດທີ່ຈຳນວນຜູ້ໂດຍສານໃນເຄິ່ງປີທຳອິດໄດ້ເພີ່ມຂຶ້ນຫຼາຍກວ່າ 10 ລ້ານ ເມື່ອຄົນ ນັບຕັ້ງແຕ່ເປີດໃຫ້ບໍລິການເປັນຕົ້ນມາ. ໂດຍສະເພາະແມ່ນການປະຕິບັດນະໂຍບາຍຍົກເວັ້ນວີຊາຜ່ານແດນ 240 ຊົ່ວໂມງ, ຄວາມຮຽກຮ້ອງຕ້ອງການການເດີນທາງຂ້າມແດນຕາມທາງລົດໄຟລາວ-ຈີນຂອງຜູ້ໂດຍສານ ໄດ້ເພີ່ມຂື້ນຢ່າງຕໍ່ເນື່ອງ,ດ້ວຍເຫດນີ້, ພະແນກທາງລົດໄຟໄດ້ປັບປຸງການຈັດຕັ້ງ, ເພີ່ມຈຳນວນຖ້ຽວລົດໄຟ,ຂະຫຍາຍບ່ອນນັ່ງຂ້າມຊາຍແດນເປັນ 400 ບ່ອນນັ່ງ,ດ້ວຍການຂະຫຍາຍແລ່ນຂະບວນລົດໄຟໂດຍສານລະຫວ່າງປະເທດຈໍານວນໜຶ່ງ ແລະ ເພີ່ມສະຖານີຈອດລົດໄຟ ແລະ ອື່ນໆ, ເພື່ອຕອບສະໜອງຄວາມຕ້ອງການການເດີນທາງຂອງຜູ້ໂດຍສານທີ່ແຕກຕ່າງກັນ, ເຮັດໃຫ້ "ການເດີນທາງປະເທດລາວດ້ວຍຂີ່ລົດໄຟ"ໄດ້ກາຍເປັນຄວາມນິຍົມຊົມຊອບອັນໃໝ່.ໃນເຄິ່ງປີທຳອິດຂອງປີນີ້, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນທັງໝົດ 140.000 ເທື່ອຄົນ.
ສຳລັບການຂົນສົ່ງສິນຄ້າ, ໃນ 6 ເດືອນຕົ້ນປີນີ້, ການຂົນສົ່ງສິນຄ້າຕາມທາງລົດໄຟ ລາວ-ຈີນ ໄດ້ຂະຫຍາຍຕົວຢ່າງແຂງແຮງ.ໃນນັ້ນ,ພາກສ່ວນພາຍໃນປະເທດຈີນໄດ້ຂົນສົ່ງສິນຄ້າຫຼາຍກວ່າ 9 ລ້ານໂຕນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 35,4%; ສ່ວນພາຍໃນຕ່າງປະເທດໄດ້ຂົນສົ່ງສິນຄ້າຫຼາຍກວ່າ 3,6 ລ້ານໂຕນ, ເພີ່ມຂຶ້ນ 6,7%. ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນ ບັນລຸເຖິງ 3 ລ້ານໂຕນ, ໄດ້ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ໄລຍະດຽວກັນ. ໂດຍອີງໃສ່ຂະບວນລົດໄຟຂົນສົ່ງສິນຄ້າສາກົນ "ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ຕາມທາງລົດໄຟລາວ-ຈີນ ຢ່າງມີປະສິດທິຜົນ ແລະ ໝັ້ນຄົງ, ຜະລິດຕະພັນກະເສດສົດຂອງອາຊີຕາເວັນອອກສຽງໃຕ້ສາມາດເຂົ້າສູ່ຕະຫຼາດຈີນໄດ້ຢ່າງວ່ອງໄວ.
ໃນເດືອນມິຖຸນາ ປີນີ້, ໝາກມ່ວງສົດທີ່ມີຄຸນນະພາບສູງ 50 ໂຕນຈາກ ສປປ ລາວ ໄປຮອດ ນະຄອນຄຸນມິງແຂວງຢຸນນານໂດຍຜ່ານຂະບວນລົດໄຟຂົນສົ່ງສິນຄ້າສາກົນ "ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ຕາມທາງລົດໄຟລາວ-ຈີນ.ໄດ້ກາຍເປັນສະມາຊິກໃໝ່ ເພື່ອເສີມສ້າງ"ກະຕ່າໝາກໄມ້"ຂອງຜູ້ບໍລິໂພກ ພາຍໃນປະເທດຈີນ.